Print Friendly and PDF


ໄລຍະການເຈລະຈາຂັ້ນ​ຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ໃນໄລຍະການເຈລະຈາ, ສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້ຕົກລົງເຫັນດີເນື້ອໃນຫຼັກ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ກ່ອນໜ້າທີ່ຈະຕົກລົງເຫັນດີໄດ້ມີການເຈລະຈາພາຍໃນ ແລະ ລະຫວ່າງກຸ່ມຂອງພາກສ່ວນທີ່ກ່ຽວຂ້ອງໃນປະເທດທີ່ສົ່ງອອກໄມ້.

ການເຈລະຈາພາຍໃນປະເທດແມ່ນມີສ່ວນຊ່ວຍສະໜັບສະໜູນຄວາມເປັນເອກະພາບແຫ່ງຊາດ ທີ່ສ້າງພື້ນຖານຂອງຈຸດຢືນການເຈລະຈາຂອງປະເທດກັບສະຫະພາບເອີຣົບ. ດັ່ງນັ້ນ, ຈຶ່ງມີການເຈລະຈາສາມລະດັບໃນໄລຍະນີ້ (ຮູບທີ 2).

ເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໄລຍະການເຈລະຈາຂັ້ນ​ຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) from EU FLEGT and REDD facilities on Vimeo.

ຮູບທີ 2.ການເຈລະຈາສາມລະດັບໃນຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ພາຍໃນກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ລະຫວ່າງກຸ່ມຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ລະຫວ່າງສະຫະພາບເອີຣົບ ແລະ ປະເທດຄູ່ຮ່ວມສັນຍາ

ໃນລະຫວ່າງໄລຍະການເຈລະຈາ, ບັນດາພາກສ່ວນທີ່ກ່ຽວຂ້ອງໃນສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້ສາມາດນັດໝາຍໃຫ້ສາທາລະນະຊົນໃນຂອບເຂດທ້ອງຖິ່ນ, ປະເທດ ແລະ ສາກົນເຂົ້າຮ່ວມໄດ້. ການນັດໝາຍອາດລວມເອົາການຖະແຫຼງຂ່າວ, ການລາຍງານຄວາມຄືບໜ້າ ແລະ ການປະຊຸມແບບສາທາລະນະເພື່ອແຈ້ງໃຫ້ສາທາລະນະຊົນຮັບຊາບກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຍົກລະດັບໂຄງຮ່າງການປະຕິຮູບ ແລະ ການຢັ້ງຢືນຫຼັກການມີສ່ວນຮ່ວມ, ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຄືນໃໝ່. ເຊິ່ງວຽກງານດັ່ງກ່າວຈະນຳທັດສະນະວິໄສ ແລະ ແຮງຜັກດັນມາສູ່ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໂດຍການເສີມສ້າງການສະໜັບສະໜູນທາງດ້ານການເມືອງ ແລະ ການສົ່ງເສີ່ມການມີສ່ວນຮ່ວມ. ເຊິ່ງຈະເປັນສ່ວນຊ່ວຍປະກອບສ້າງຄວາມເປັນເອກະພາບ.

ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ພ​າກ​ເນື້ອ​ໃນ​ລະ​ອຽດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ ການ​ເຈ​ລະ​ຈາ​ແຫ່ງ​ຊາດ ແລະ ການເຈລະຈາສອງຝ່າຍໃນຂໍ້ຕົກລົງດັ່ງ​ກ່າວ.

ຂໍ້ມູນເພີ່ມເຕີມ