Print Friendly and PDF


ໂຄງ​ສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລວມເອົາຜູ້ເຈລະຈາ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆ ເຂົ້າກັນໃນໂຄງສ້າງ ແລະ ເວທີໃໝ່ ຫຼື ເຂົ້າໃນເວທີທີ່ມີຢູ່ແລ້ວເພື່ອ:

  • ແບ່ງປັນຂໍ້ມູນ ແລະ ແນວຄວາມຄິດ
  • ປຶກສາຫາລືບັນຫາຕ່າງໆ
  • ພັດທະນາຈຸດຢືນຂອງການເຈລະຈາ ແລະ ບົດຄວາມກ່ຽວກັບຈຸດຢືນ
  • ເຈລະຈາເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ຈັດຕັ້ງປະຕິບັດດ້ານຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ບາງໂຄງສ້າງຂອງຂໍ້ຕົກລົງດັ່ງກ່າວບາງໂຄງສ້າງ ເຊັ່ນເວທີຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຫຼື ສະມາຄົມຂອງຜູ້ຄ້າໄມ້, ໄດ້ເຕົ້າໂຮມເອົາສະມາຊິກຂອງກຸ່ມຜູ້ມີສ່ວນກ່ຽວຂ້ອງທີ່ເປັນບຸກຄົນ. ໃນສ່ວນໂຄງສ້າງອື່ນໆ, ເປັນຕົ້ນແມ່ນຄະນະກໍາມະການຊີ້ນໍາທາງດ້ານເຕັກນິກ ແລະ ທີມງານເຈລະຈາແຫ່ງຊາດ, ຈະມີບັນດາພາກສ່ວນກ່ຽວຂ້ອງເປັນສະມາຊິກ.

ລັດຖະບານຂອງບັນດາປະເທດທີ່ສົ່ງອອກໄມ້ທີ່ມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຕັດສິນກ່ຽວກັບວິທີໃນການຈັດແຈງໂຄງສ້າງຂອງຂໍ້ຕົກລົງດັ່ງກ່າວ ເພື່ອຕອບສະໜອງຜົນປະໂຫຍດຕ່າງໆຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ. ບາງໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເປັນຕົ້ນແມ່ນຄະນະກຳມະການເຈລະຈາ, ແມ່ນໂຄງສ້າງແຫ່ງຊາດ ໃນຂະນະທີ່ໂຄງສ້າງອື່ນໆແມ່ນໂຄງສ້າງແບບສອງຝ່າຍ, ເປັນຕົ້ນແມ່ນຄະນະກຳມະການຮ່ວມໃນການຈັດຕັ້ງປະຕິບັດ.